13.07.2015 Views

ÏßÖéÈÑèÌâÂìñÜÃÎñà ÁÜÃÈíà åÌ ÅÎÎ Öà× - LAD - nafri

ÏßÖéÈÑèÌâÂìñÜÃÎñà ÁÜÃÈíà åÌ ÅÎÎ Öà× - LAD - nafri

ÏßÖéÈÑèÌâÂìñÜÃÎñà ÁÜÃÈíà åÌ ÅÎÎ Öà× - LAD - nafri

SHOW MORE
SHOW LESS

You also want an ePaper? Increase the reach of your titles

YUMPU automatically turns print PDFs into web optimized ePapers that Google loves.

ເຊິ່ງເກັບຈາກປ່າທຳມະຊາດ, ຈາກພື້ນທີ່ປ່າອື່ນໆ ແລະ ຈາກຕົ້ນໄມ້ທີ່ຢູ່ນອກປ່າ. ມີຫຼາຍຄົນ ກໍປະສົບຄວາມຫຍຸ ້ງຍາກ ກັບຄຳນິຍາມທີ ່ກ່າວ ຂອງ FAO ເນື ່ອງຈາກມັນບໍ ່ລວມເອົາສິ ່ງທີ ່ເປັນເນື ້ອໄມ້ ແລະ ການສະໜອງຜົນປະໂຫຍດ ເຂົ້ານຳ (Wong, 2000; Belcher, 2003; CIFOR). Wong(2000) ເຊື່ອວ່າ ດ້ວຍເຫດຜົນໃດກໍຕາມ, ການທີ່ຈັດເອົາວັດຖຸທີ່ໄດ້ຈາກໄມ້ ຫຼື ຈາກປ່າໄມ້ ອອກຈາກປະເພດຂອງຜະລິດພັນ ທີ່ຈັດຕາມຄວາມເປັນປະໂຫຍດ ແລະ ຄວາມເປັນທຳມະຊາດ ນັ້ນແມ່ນບໍ່ສົມເຫດສົມຜົນ. ໂດຍເນັ້ນເຖິງຄວາມສຳຄັນ ໃນການຍົກໃຫ້ເຫັນໄດ້ພາບລວມຂອງການນຳໃຊ້ ຊັບພະຍາກອນທ້ອງຖິ່ນ, ລາວໄດ້ຊີ້ແຈງວ່າ ໃນສັງຄົມ ທີ່ເພິ່ງພາອາໄສເສດຖະກິດທຳມະຊາດນັ້ນ ປ່າໄມ້ ໄດ້ສະໜອງ ສິ່ງທີ່ຈຳເປັນຫຼາຍປະການຕໍ່ການດຳລົງຄົງຊີບ. ບັນດາຜະລິດພັນທີ່ມັກເກັບກັນ ມັກຈະເປັນຊະນິດພືດ ຫຼື ສັດ ທີ່ຄົນມັກ ຫຼື ມີຄວາມຮູ້ທາງນິເວດທະຍາດີ ຊຶ່ງສາມາດສະຫຼຸບໂດຍລວມໄດ້ວ່າ ເກືອບທຸກໆຊະນິດນັ້ນ ສາມາດນຳໃຊ້ເຂົ້າສຳລັບຈຸດປະສົງໃດນຶ່ງ ໂດຍບຸກຄົນໃດນຶ່ງ.ເຄື່ອງປ່າຂອງດົງ ຫຼື ຄປດ ລວມເອົາຫຼາຍຜະລິດພັນ (ຍົກເວັ້ນໄມ້ທ່ອນ) ທີ່ເກັບກັນຢູ່ໃນປ່າທຳມະຊາດ, ສວນປູກໄມ້ ແລະ ຕາມຫ້ວຍນ້ຳລຳທານ ແລະ ມັກຖືກນຳໃຊ້ເຂົ້າໃນຊີວິດປະຈຳວັນຂອງປະຊາຊົນທ້ອງຖິ່ນ. ບັນດາຜະລິດພັນເຫຼົ່ານີ້ ລວມມີ: ຜັກປ່າ ແລະ ຜັກນ້ຳ, ໝາກໄມ້, ຢາພື້ນເມືອງ, ສັດປ່າ ແລະ ສັດນ້ຳ ເຊັ່ນ: ປາ, ສັດກາບຫຸ້ມອ່ອນ (mollusk), ແມງໄມ້, ແລະ ສັດກາບຫຸ້ມແຂງ (crustaceans). ເຖິງວ່າ ຄປດ ຈະບໍ່ລວມເອົາໄມ້ທ່ອນກໍຕາມ ແຕ່ມັນກໍລວມເອົາຜະລິດພັນໄມ້ທີ ່ນຳໃຊ້ໃນຄົວເຮືອນ, ຟືນ ແລະ ຖ່ານ, ແລະ ເຄື ່ອງຫັດຖະກຳເຂົ ້ານຳ. ນອກຈາກນີ້, ຄປດ ກໍຍັງລວມເອົາວັດຖຸພັນ ທີ່ບໍ່ມີເຄົ້າກຳເນີດຈາກສິ່ງທີ່ມີຊີວິດອີກນຳ ເຊັ່ນ: ເສດລະເບີດແລະ ຊາກເຄື່ອງບິນ (ຈັດເຂົ້າໂດຍ Mollot et al, 2004).Â×àÓÅçàÂèÌÁÜÃâÂìñÜÃÎñàÁÜÃÈíÃເຄື່ອງປ່າຂອງດົງ ເປັນສິ່ງຈຳເປັນ ຕໍ່ການດຳລົງຊີວິດປະຈຳວັນ ແລະ ລາຍຮັບທາງເສດຖະກິດຂອງຄົນໃນໂລກ ທັງເປັນຜະລິດພັນທີ່ມີການຄ້າຂາຍກັນ ລະຫວ່າງປະເທດ ກ່ອນໝູ່ ແລະຍາວນານກວ່າໝູ່. ທ່ານ Vantomme (2001) ໄດ້ປະເມີນວ່າ:• ປະມານ 80% ຂອງປະຊາກອນໂລກ ໄດ້ນຳໃຊ້ ເຄື ່ອງປ່າຂອງດົງ ເພື ່ອສະໜອງຄວາມຕ້ອງການຂອງຕົນ ໃນດ້ານການຮັກສາປິ່ນປົວສຸຂະພາບ ແລະ ໂພສະນາການ.• ຫຼາຍລ້ານຄົວເຮືອນໃນໂລກ ໄດ້ເອື່ອຍອີງໃສ່ການສ້າງລາຍຮັບ ຈາກເຄື່ອງປ່າຂອງດົງເປັນຕົ້ນຕໍ.• ມູນຄ່າການຄ້າຂາຍເຄື່ອງປ່າຂອງດົງໃນໂລກ ໄດ້ຄຳນວນວ່າ ມີປະມານ 11 ຕື້ ດອນລາສະຫະລັດຕໍ່ປີ.NTFP handbook.indb 503/05/2009 8:46:04 AM

Hooray! Your file is uploaded and ready to be published.

Saved successfully!

Ooh no, something went wrong!