13.07.2015 Views

ÏßÖéÈÑèÌâÂìñÜÃÎñà ÁÜÃÈíà åÌ ÅÎÎ Öà× - LAD - nafri

ÏßÖéÈÑèÌâÂìñÜÃÎñà ÁÜÃÈíà åÌ ÅÎÎ Öà× - LAD - nafri

ÏßÖéÈÑèÌâÂìñÜÃÎñà ÁÜÃÈíà åÌ ÅÎÎ Öà× - LAD - nafri

SHOW MORE
SHOW LESS

Create successful ePaper yourself

Turn your PDF publications into a flip-book with our unique Google optimized e-Paper software.

ຄປດ ໄດ້ຖືກນຳໃຊ້ເຂົ ້າໃນຍຸດທະສາດ ການດຳລົງຊີວິດປະຈຳວັນ ຫຼາຍປະການ ດັ ່ງທີ ່ໄດ້ຍົກໃຫ້ເຫັນໃນກ່ອງ / ຕາຕະລາງ ຂ້າງລຸ ່ມ. ປະຊາຊົນແຕ່ລະຄອບຄົວ ມີຍຸດທະສາດການເອົາຕົວລອດຕ່າງກັນແລ້ວແຕ່ວ່າ ຄອບຄົວໃດມີຊັບສິນທຶນຮອນ ໃນລະດັບໃດ. ຄອບຄົວທີ ່ຮັ ່ງມີ ອາດຈະນຳໃຊ້ຜະລິດພັນສຳເລັດຮູບ ເຊັ ່ນ: ສັງກະສີ ມຸງເຮືອນ ຫຼ ື ຢາສະໄໝໃໝ່ ຫຼາຍກວ່າ ສ່ວນຜູ ້ທຸກ ກໍຈະໃຊ້ວັດສະດຸພື ້ນບ້ານຫຼາຍກວ່າ ສຳລັບມຸງເຮືອນ ເຊັ່ນ: ຫຍ້າ ຫຼື ໄມ້ ແລະ ຢາພື້ນເມືອງ ສຳລັບປົວພະຍາດ.ÍíÈÍàÈÁÜÃâÂìñÜÃÎñàÁÜÃÈíà åÌÅÜÃÇîÈËßÅàÈ ÀàÌÈçàÖíÃÆê×éÈ (ÅßâÙê Hansen äÈÇ & Jeppesen, 2004)åÌÇîÈËßÅàÈÅßÅíÓຄອບຄົວຈະຈ້າງແຮງງານ ເຂົ້າໃນການຜະລິດກະສິກຳແລະ ມີຜົນຜະລິດເຂົ້າສ່ວນເກີນໃນແຕ່ລະປີ. ຄອບຄົວ ສາມາດສະສົມລາຍຮັບ ໃນຮູບແບບ ສັດລ້ຽງ ແລະ ຮ້ານຂາຍເຄື່ອງ ແລະ ມີທຶນ ສຳລັບລົງທຶນຊື້ອຸປະກອນມາເຮັດບໍລິການ. ຄວາມເອົາໃຈໃສ່ ໃຫ້ລູກໄດ້ຮັບການສຶກສາ ເປັນບຸລິມະສິດ ຂອງ ຄອບຄົວ. ການເກັບ ຄປດ ເພື່ອຂາຍ ຖືວ່າ ເປັນພຽງສ່ວນເລັກນ້ອຍນຶ່ງ ຂອງຍຸດທະສາດສ້າງລາຍຮັບລວມຂອງຄອບຄົວ ແລະ ການເກັບ ຄປດ ຂອງເຂົາເຈົ້ານັ້ນ ເປັນການເກັບເພື່ອກິນປ່ຽນລົດຊາດເປັນຕົ້ນຕໍ.ຄອບຄົວ ໄດ້ເຊື ່ອມເຂົ ້າໃນລະບົບເສດຖະກິດຕະຫຼາດ ແລະເມື່ອໃດທີ່ເຂົ້າເຮັດການຄ້າ ຄປດ ເຂົາເຈົ້າຈະໄດ້ລາຍຮັບຫຼາຍກວ່າຜູ້ທີ່ເກັບ ຄປດ ຄົນອື່ນໆ.åÌÇîÈËßÅàÈâÜíàÉí×ÖÜÈຄອບຄົວມີການຜະລິດເຂົ ້າບໍ ່ພຽງພໍ, ສ່ວນໃຫຍ່ແມ່ນເຮັດໄຮ່ ແລະ ໂດຍປົກກະຕິ ຈະບໍ່ສາມາດໄປເຮັດວຽກຮັບຈ້າງ ມາຊື້ເຂົ້າກິນໄດ້. ເຂົາເຈົ້າຈະອາໄສການຫາອາຫານຈາກປ່າ ເພື ່ອຄ້ຳປະກັນ ດ້ານສະບຽງຂອງຄອບຄົວ.ເດັກມີການສຶກສາຈໍາກັດ ແລະ ເມື ່ອມີ ການສ້າງຄອບຄົວໃໝ່ ກໍຈະເດີນຕາມຍຸດທະສາດແບບດຽວກັນກັບຄອບຄົວພໍ່ແມ່. ພວກເຂົາເຈົ້າ ຈະບໍ່ສາມາດແກ້ໄຂໃຫ້ສະຖານະການດີຂຶ້ນໄດ້ ຈຶ່ງຫັນໄປເອື່ອຍອີງອາຫານຈາກປ່າ ເກີນກວ່າ 6 ເດືອນ ໃນແຕ່ລະປີ. ຄອບຄົວ ພະຍາຍາມຈະເກັບ ຄປດ ເພື່ອເປັນລາຍຮັບ ເມື່ອມີເວລາແຕ່ໂດຍທົ່ວໄປ ຈະຂາດແຮງງານ.ÖàÇÝèÍÄàÀ ÂÎÈລາຍຮັບເປັນເງິນ ຈາກ ຄປດ ແມ່ນຈຳກັດ ແລະ ເປັນພຽງສ່ວນໜ້ອຍນຶ ່ງເທົ ່ານັ ້ນ (16% ຫາ 25%ອີງຕາມ Foppes & Ketphanh) ຂອງລາຍຮັບລວມຂອງຄອບຄົວ ໃນ ສປປ ລາວ. ຜະລິດພັນທີ ່ເກັບຈາກປ່າສ່ວນໃຫຍ່ ແມ່ນຖືກໃຊ້ບໍລິໂພກໂດຍກົງ ໂດຍບໍ ່ໄດ້ນຳເຂົ ້າໄປໃນລະບົບເສດຖະກິດຕະຫຼາດເພາະສະນັ ້ນ ຈຶ ່ງເຮັດໃຫ້ຄຸນຄ່າ ທາງດ້ານການເງິນ ຂອງ ຄປດ ຖືກມອງຂ້າມຢູ ່ສະເໝີ. ໃນຮູບສະແດງ 1, ໄດ້ນຳສະເໜີໃຫ້ເຫັນຜົນການຄຳນວນ ຈາກການສຶກສາຕ່າງໆ ກ່ຽວກັບມູນຄ່າ ຂອງຄປດ ທີ່ຄອບຄົວເກັບບໍລິໂພກ ແລະ ຂາຍ ໂດຍທຽບໃສ່ລາຍຮັບ ຈາກເຂົ້າ ແລະ ສັດ (Morris& Ketphanh, 2002; Rosales, 2003; Yokoyama, 2003; ICEM, 2003; Hansen & Jeppesen,2004; Foppes & Ketphanh, 2004a/b; Anoulom & Takeda, in press).27NTFP handbook.indb 2703/05/2009 8:46:20 AM

Hooray! Your file is uploaded and ready to be published.

Saved successfully!

Ooh no, something went wrong!