13.07.2015 Views

ÏßÖéÈÑèÌâÂìñÜÃÎñà ÁÜÃÈíà åÌ ÅÎÎ Öà× - LAD - nafri

ÏßÖéÈÑèÌâÂìñÜÃÎñà ÁÜÃÈíà åÌ ÅÎÎ Öà× - LAD - nafri

ÏßÖéÈÑèÌâÂìñÜÃÎñà ÁÜÃÈíà åÌ ÅÎÎ Öà× - LAD - nafri

SHOW MORE
SHOW LESS

You also want an ePaper? Increase the reach of your titles

YUMPU automatically turns print PDFs into web optimized ePapers that Google loves.

ົÁ. ÑìÈâÎèÌÔà ຖືກນຳໃຊ້ຕົ້ນຕໍເຂົ້າໃນການປົວພະຍາດ ແລະ ໃນການບຳລຸງສຸຂະພາບ ຄົນແລະ ສັດ. ສານກະຕຸ້ນທາງເພດ ແມ່ນໄດ້ຖືກຈັດເຂົ້າຢູ່ໃນກຸ່ມຂອງພືດເປັນຢານີ້ ເຊັ່ນກັນ.ນອກຈາກຈະໄດ້ຮັບ ອາຫານທີ່ມີຄຸນຄ່າ ໃນການບຳລຸງສຸຂະພາບ ຈາກ ຄປດ ແລ້ວ, ຊາວຊົນນະບົດຍັງອາໄສ ຄປດ ໂດຍກົງ ສຳລັບເປັນຢາປົວພະຍາດ ແລະ ທັງອາໄສຄວາມຮູ້ພື້ນບ້ານວ່າ ແຕ່ລະຢ່າງໃຊ້ກັນແນວໃດຈຶ່ງຈະເໝາະສົມ. ຜູ້ທີ່ມີຄວາມຮູ້ ຄວາມຊຳນານພິເສດ ໃນການນຳໃຊ້ພືດປະສົມເປັນຢາສູດຕ່າງໆ ອັນຫຼາກຫຼາຍຢູ ່ໃນທ້ອງຖິ ່ນຕ່າງໆ ສ່ວນໃຫຍ່ມັກຈະເປັນຜູ ້ຍິງແກ່ຊຶ່ງໄດ້ຮຽນຮູ້ສືບທອດກັນມາ ເປັນຊົ່ວໆຄົນ. ທັງຢາພື້ນເມືອງ ແລະ ຢາຫຼວງ ແມ່ນໄດ້ນຳໃຊ້ພືດຫຼື ສານສະກັດຈາກພືດ. ໃນພາກພື້ນນີ້ ເຊື່ອວ່າ ມີຫຼາຍກວ່າ 50% ຂອງປະຊາກອນທີ່ອາໄສພືດເປັນຢາຊະນິດຕ່າງໆ ໃນການປິ່ນປົວ ຮັກສາພະຍາດ.ການຜະລິດຢາຫຼວງ ໄດ້ເປັນສາເຫດເຮັດໃຫ້ພືດເປັນຢາ ແລະ ສານສະກັດຈາກພວກມັນ ລົດລົງມາເປັນເວລາຫຼາຍທົດສະວັດແລ້ວ. ຢ່າງໃດກໍດີ, ໃນຊ່ວງໄລຍະໝໍ ່ໆມານີ ້ ແມ່ນໄດ້ມີການເພີ ້ມຂຶ ້ນຂອງການນຳໃຊ້ຢາພື້ນເມືອງ. ການຂະຫຍາຍຕົວຂອງລະບົບການປິ່ນປົວ ດ້ວຍສານຈາກທຳມະຊາດເສີມ ໃນບັນດາປະເທດຈະເລີນ ໄດ້ເປີດໂອກາດອັນໄໝ່ ສຳລັບຜະລິດພັນພືດເປັນຢາຫຼາຍຊະນິດເຊັ່ນ: Dioscarea sp., Cinnamomum spp. (ກາລະບູນ), ແລະ Styrax benzoin (ຍານ). ໄປຄຽງຄູ່ກັບການທີ່ມີແຕ່ພຽງພືດຈຳນວນນຶ່ງ ທີ່ສາມາດນຳມາໃຊ້ສະກັດແຍກເອົາແຕ່ສານສະເພາະຊະນິດດຽວ ມາໃຊ້ເປັນຢາ, ບັນດາສານປະສົມ ເຊັ່ນ: ສະຕຣິກນີນ, ແບ໊ກເບີຣີນ ແລະ ຄີນີນກໍມັກຈະມີສະສົມຫຼາຍຢູ່ໃນ ຮາກ, ເປືອກ ແລະ ແກ່ນ ຂອງອີກບາງຊະນິດພືດອີກດ້ວຍ. ນອກຈາກພືດທີ່ໃຫ້ ສານອານກາລອຍແລ້ວ, ກໍຍັງມີບັນດາພືດທີ່ເປັນຢາກຳລັງ ທີ່ມີຄຸນຄ່າສູງອີກດ້ວຍເຊັ່ນ: ໂສມ. ທຸກພາກສ່ວນຂອງພືດສາມາດ ໃຊ້ຜະລິດເປັນຢາໄດ້ ເຊັ່ນ: ຮາກ, ດອກ, ເປືອກ,ເຄືອ, ໃບ, ແກ່ນ ແລະ ຢາງ. ບາງສ່ວນກໍໃຊ້ ຫຼ ື ຂາຍດິບ, ບາງສ່ວນກໍໄດ້ຕາກແຫ້ງກ່ອນ ແລ້ວນຳໄປປະສົມກັບພືດ ຫຼ ື ຊິ ້ນສ່ວນຂອງສັດ ທີ ່ເປັນຢາ ຢ່າງອື ່ນ. ພືດບາງຊະນິດ ກໍຖືກນຳໄປຜະລິດຢາເພື່ອໃຊ້ຢູ່ພາຍໃນປະເທດ ແຕ່ໃນລະດັບບ້ານແລ້ວ, ໝໍຢາພື້ນເມືອງມັກຈະໃຊ້ຊິ້ນສ່ວນທີ່ຍັງສົດຢູ່ເປັນຕົ ້ນຕໍ. ວິທີການປຸງຢາພື ້ນເມືອງທີ ່ມັກໃຊ້ກັນ ແມ່ນວິທີການຕົ ້ມ ແລ້ວດື ່ມ ຫຼ ື ດອງໃສ່ເຫຼ ້າ (ຢາກຳລັງ). ພືດເປັນຢາ ບາງຊະນິດ ກໍຖືກຈັດວ່າເປັນ ພືດເບື ່ອ ຍ້ອນມັນບັນຈຸມີສານເບື ່ອທີ ່ເປັນອັນຕະລາຍຕໍ່ຄົນ ແຕ່ກໍຖືກຈັດວ່າ ເປັນພືດທີ່ມີຜົນປະໂຫຍດ ຫຼື ມີທ່າແຮງເປັນແຫຼ່ງຢາປາບສັດຕູພືດ,ຢາຂ້າເຊື້ອລາ ແລະ ຢາຂ້າແມງໄມ້ ເໝືອນກັນ.ອົງການອະນາໄມໂລກ ລວບລວມລາຍຊື່ຊະນິດພືດທີ່ໃຊ້ເປັນຢາ ໃນທົ່ວໂລກ ໄດ້ກວ່າ21,000 ຊະນິດ ແລະ ໃນຈຳນວນນີ້ ມີປະມານ 2,000 ຫາ 3,000 ທີ່ໃຊ້ກັນໃນອາຊີຕາວັນອອກສ່ຽງໄຕ້. ອົງການດັ່ງກ່າວ ຍັງໄດ້ ປະເມີນອີກວ່າ ໃນປະຈຸບັນນີ້ ມີປະມານ74% ຂອງຈຳນວນຢາທີ່ສະກັດຈາກພືດ 121 ປະເພດ (Bio-active plant derived drugs)13NTFP handbook.indb 1303/05/2009 8:46:11 AM

Hooray! Your file is uploaded and ready to be published.

Saved successfully!

Ooh no, something went wrong!