13.07.2015 Views

ÏßÖéÈÑèÌâÂìñÜÃÎñà ÁÜÃÈíà åÌ ÅÎÎ Öà× - LAD - nafri

ÏßÖéÈÑèÌâÂìñÜÃÎñà ÁÜÃÈíà åÌ ÅÎÎ Öà× - LAD - nafri

ÏßÖéÈÑèÌâÂìñÜÃÎñà ÁÜÃÈíà åÌ ÅÎÎ Öà× - LAD - nafri

SHOW MORE
SHOW LESS

You also want an ePaper? Increase the reach of your titles

YUMPU automatically turns print PDFs into web optimized ePapers that Google loves.

ÀàÌÜßÌîÖèÀÆê×ßÌàƒÑèÌສປປ ລາວ ຖືກຈັດເປັນອັນດັບນຶ່ງໃນພາກພື້ນ ດ້ານຄວາມຮັ່ງມີທາງຊີວະນາໆພັນ ຊຶ່ງບໍ່ແມ່ນແຕ່ຍ້ອນວ່າ ມີອັດຕາສ່ວນຂອງການມີຄວາມຫຼາກຫຼາຍທາງຊະນິດ ແລະ ຄວາມສະເພາະຖິ່ນເທົ່ານັ້ນ ແຕ່ຍັງຍ້ອນວ່າ ຍັງມີປ່າທີ່ກວ້າງຂວາງ ແລະ ເປັນປ່າດັ້ງເດີມ ເຫຼືອຢູ່ອີກດ້ວຍ. ຂໍ້ມູນກ່ຽວກັບຊີວະນາໆພັນ ໃນ ສປປ ລາວ ແມ່ນຍັງບໍ່ມີການບັນທຶກເກັບກຳໄດ້ດີ ຍ້ອນວ່າບໍ່ມີການສຶກສາດ້ານພືດສາດ ແບບເລິກເຊິ່ງ. ຈາກການວິໄຈຂໍ້ມູນການແຈກຢາຍຂອງພືດ ໃນປະເທດໄກ້ຄຽງແລ້ວ ເສັ້ນສະແດງກ່ຽວກັບຈຳນວນຊະນິດພັນ ໄດ້ຊີ້ໃຫ້ຮູ້ວ່າ ສປປ ລາວ ອາດມີພືດທີ່ມີທໍ່ລຳລຽງອາຫານ (vascular plants) ເຖິງ 8,286 ຊະນິດ ແລະ ເປັນພືດທີ່ເກີດສະເພາະຖິ່ນເຖິງ 1,457 ຊະນິດ (NORAD & UNDP, 2001).ຕາມປະເພນີແລ້ວ, ທຸກຄົນມີສິດໃຊ້ຊັບພະຍາກອນປ່າໄມ້ທຳມະຊາດໄດ້ ເນື ່ອງຈາກວ່າ ມີປະຊາກອນໜ້ອຍ ແລະ ຍັງມີຊັບພະຍາກອນຫຼາຍຢູ ່. ການນຳໃຊ້ຊັບພະຍາກອນລັກສະນະນີ ້ ມີຄວາມຍືນນານມາໄດ້ຫຼາຍສັດຕະວັດແລ້ວ ແລະ ປະຊາຊົນທ້ອງຖິ່ນກໍໄດ້ມີການຄຳນວນ ໃນເວລາທຳການຂຸດຄົ້ນ.ພວກເຂົາເຈົ້າຮູ້ກ່ຽວກັບຖິ່ນອາໄສ ທີ່ຊະນິດຕ່າງໆ ຕ້ອງການ ພ້ອມຮອບວຽນຊີວິດຂອງພວກມັນແລະ ກໍໄດ້ນຳໃຊ້ຄວາມຮູ ້ທີ ່ກ່າວນີ ້ ໃນການນຳເອົາພືດປ່າ ເຊັ ່ນ: ໝາກແໜ່ງອອກມາປູກເປັນສວນ.ການຂຸດຄົ ້ນແບບຍືນນານ ໝາຍເຖິງການນຳເອົາຜະລິດຜົນຈາກພືດຕ່າງໆ ອອກມາໃຊ້ແບບຊ້ຳແລ້ວຊ້ຳເລົ່າ ໂດຍທີ່ບໍ່ເຮັດໃຫ້ຊັບພະຍາກອນເກີດຄວາມເຊື່ອມໂຊມ. ວິທີການນີ້ ແມ່ນໃຊ້ໄດ້ຜົນກັບໝາກແໜ່ງ, ໜໍ່ຫວາຍບາງຊະນິດ, ໝາກຂອງພືດຫຼາຍໆຊະນິດ ແລະ ແຂມ. ສຳລັບ ບາງຜະລິດພັນ, ການຂຸດຄົ້ນ ກໍມີລັກສະນະທຳລາຍ ເຊັ່ນ: ເປືອກຢາງບົງ (ຕາຕະລາງ 6).ຢ່າງໃດກໍດີ ບາງຄັ ້ງກໍໄດ້ມີການກຳນົດລະບຽບການຄຸ ້ມຄອງອອກ ເມື ່ອເວລາຜະລິດພັນມີລາຄາສູງຂຶ້ນ ດັ່ງຕົວຢ່າງ ທີ່ຍົກມາສະເໜີໃນຂ້າງລຸ່ມນີ້.ËñàãÝÃÁÜÃÚàÀÄÜà åÌÀàÌÂîòÓÂÜÃÎñàÅßØÃ×Ì ãÍÍÓêÅñ×ÌÝñ×Óໝາກຈອງ (Scaphium macropodum, syn. Sterculia lychnophora) ເປັນຢາທີ ່ນິຍົມກັນຫຼາຍ ໃນປະເທດຈີນ.ຢູ່ທີ່ຈີນ ໝາກຈອງໄດ້ຖືກຮຽກວ່າ “pandahai”. ໝາກຈອງບໍ່ແມ່ນຈຳພວກແກ່ນ (nut) ແທ້ຈິງ ແຕ່ໝາກແຫ້ງທີ່ໃຫ້ນວນ ເປັນວຸ້ນ ໃນເວລາຖືກແຊ່ໃນນ້ຳ. ໝາກຈອງແມ່ນເກັບມາຈາກປ່າທຳມະຊາດເທົ່ານັ້ນຊຶ່ງພົບເຫັນຢູ່ແຕ່ 2 ເຂດ ປ່າສະຫງວນໃຫຍ່ເທົ່ານັ້ນ ຄື ດົງຫົວສາວ ແລະ ເຊປຽນ ໃນພາກໄຕ້ຂອງລາວ.ຕົ້ນໝາກຈອງໃຫ້ໝາກ ໃນທຸກໆ 3 ຫຼື 4 ປີ ໃນຊ່ວງເດືອນເມສາ. ໃນປີທີ່ອອກໝາກນັ້ນ, ມັນຈະໃຫ້ລາຍຮັບຢ່າງຫຼວງຫຼາຍແກ່ປະຊາຊົນທີ່ເກັບ ຈຳນວນເປັນໝື່ນໆຄົນ. ຜົນປະໂຍດທາງເສດຖະກິດຈາກໝາກຈອງນີ້ ເປັນສິ່ງຈູງໃຈທີ່ດີສໍາລັບການເຂົ້າຮ່ວມຂອງປະຊາຊົນທ້ອງຖິ່ນ ໃນການຄຸ້ມຄອງຈັດສັນປ່າ. ການສ້າງສັນຍາກ່ຽວກັບການຄຸ້ມຄອງການເກັບກູ້ ກັບບ້ານຕ່າງໆ ແມ່ນສາມາດຫຼຸດຜ່ອນ ການປ້ຳຕົ້ນຈອງ ແລະ ຫຼຸດຜ່ອນຂໍ້ຂັດແຍ່ງກັບບ້ານອື່ນ ແລະ ຄົນພາຍນອກພວກອື່ນໆທີ່ເຂົ້າມາເກັບໄດ້. ການຈັດການເກັບກູ້ທີ່ດີຂຶ້ນຍັງໄດ້ຊ່ວຍຫຼຸດຜ່ອນການສູນເສຍຜະລິດຜົນ ທີ່ເກີດຈາກຝົນ ລົງໄດ້ອີກຕື່ມ ຊຶ່ງປະຈຸບັນຢູ່ໃນລະດັບປະມານ80%. ຖ້າຫາກວ່າສາມາດຫຼ ຸດການສູນເສຍລົງເຖິງ 60% ໄດ້ ກໍຈະສາມາດເພີ ້ມປະລິມານໝາກທີ ່ເກັບໄດ້ເຖິງ2 ເທົ່າຕົວ ແລະ ຈະເຮັດໃຫ້ເພີ້ມລາຍຮັບເປັນເງິນຕາເຂົ້າປະເທດໄດ້ເປັນຫຼາຍໆລ້ານດອນລາ.31NTFP handbook.indb 3103/05/2009 8:46:23 AM

Hooray! Your file is uploaded and ready to be published.

Saved successfully!

Ooh no, something went wrong!